Search # to go to Page Seach * to go to Sections ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ (CEP) 2021 ໂຄງການພິເສດໄຈກາ (JICA Special Project) ປຶ້ມຄູ່ມື HAPI-IE ກ່ຽວກັບການສົ່ງເສີມກິດຈະກຳອອກກໍາລັງກາຍຂອງບຸກຄົນ ຜູ້ທີ່ເປັນໂອທິສຕິກ, ພິການທາງສະຕິປັນຍາ ແລະ ພິການທາງດ້ານຈິດໃຈໃນບັນ ດາປະເທດອາຊຽນໃນລະຫວ່າງຊ່ວງໂຄວິດ-19 Logos: Japan International Cooperation Agency (TICA), APCD, University of Tsukuba Flags: Cambodia, indonesia, Laos, Malaysia, Myanmar, Philippines, Thailand, Vietnam, Japan #Page 2 ປຶ້ມຄູ່ມື HAPI-IE ກ່ຽວກັບການສົ່ງເສີມກິດຈະກຳອອກກໍາລັງກາຍຂອງ ບຸກຄົນ ຜູ້ທີ່ເປັນໂອທິສຕິກ, ພິການທາງສະຕິປັນຍາ ແລະ ພິການທາງດ້ານຈິດໃຈ ໃນບັນດາປະເທດອາຊຽນເພື່ອຮັບມືກັບຊ່ວງໂຄວິດ-19 ສູນພັດທະນາແລະຝຶກອົບຮົມຄົນພິການແຫ່ງອາຊີປາຊິຟິກ (ສພອ.) ບາງກອກ, ປະເທດໄທ ໂທ +66 (0)23547506 • +66 (0)23547507 www.apcdfoundation.org #Page 4 ຄຳນຳ ຂ້າພະເຈົ້າຮູ້ສຶກດີໃຈເປັນຢ່າງຍິ່ງທີ່ໄດ້ຮ່ວມມືກັບທຸກທ່ານ ແລະ ໄດ້ສຳເລັດການຝຶກອົບຮົມທັງ 3 ຄັ້ງ ແລະ ໄດ້ສ້າງປຶ້ມຄູ່ມືນີ້ຂຶ້ນມາ. ໂຄງການນີ້ແມ່ນໄດ້ຈັດຕັ້ງຂຶ້ນພາຍໃຕ້ໂຄງການທີ່ເອີ້ນວ່າ: ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ (CEP) ຂອງອົງການໄຈກາ (JICA), ເຊິ່ງມີຈຸດປະສົງເພື່ອສະໜັບສະໜູນກິດຈະກຳຂັ້ນພື້ນຖານໃນລະດັບຊຸມຊົນໃຫ້ສອດຄ່ອງກັບຊ່ວງທີ່ມີການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19.ຂ້າພະເຈົ້າມີຄວາມປະທັບໃຈຢ່າງຍິ່ງທີ່ໄດ້ເຫັນເດັກນ້ອຍທີ່ມີຄວາມຕ້ອງການພິເສດ ໄດ້ອອກກຳລັງກາຍ ແລະ ຫຼິ້ນເກມປະເພດຕ່າງໆດ້ວຍຮອຍຍິ້ມຈາກກອງປະຊຸມ ແລະ ຄລິບວີດີໂອ. ຂ້າພະເຈົ້າເຊື່ອວ່າປຶ້ມຄູ່ມືສະບັບນີ້ຈະມີຄຸນຄ່າ ສຳລັບເດັກນ້ອຍທີ່ມີຄວາມຕ້ອງການພິເສດທຸກຄົນ ລວມທັງພໍ່ແມ່ຂອງພວກເຂົາເຈົ້າໃນບັນດາປະເທດອາຊຽນ ເພາະວ່າມັນເກີດຈາກ ການລວບລວມຄວາມຮູ້, ປະສົບການ, ແລະ ໂດຍສະເພາະແມ່ນຄວາມຮັກແພງທີ່ມີຕໍ່ເດັກນ້ອຍຜູ້ເຂົ້າຮ່ວມໂຄງການ. ຜົນໄດ້ຮັບທີ່ພົ້ນເດັ່ນທີ່ສຸດຂອງໂຄງການນີ້ແມ່ນເຄືອຂ່າຍທີ່ເຂັ້ມແຂງ ແລະ ມີການຮ່ວມມືທີ່ດີໃນບັນດາປະເທດອາຊຽນ. ພວກເຮົາພົບວ່າພວກ ເຮົາສາມາດສື່ສານ, ອອກກຳລັງກາຍ, ຍິ້ມ ແລະ ຫົວໄປພ້ອມໆກັນ, ເຖິງແມ່ນວ່າເຊື້ອພະຍາດໂຄວິດ 19 ພວມແຜ່ລະບາດຢູ່ໃນຂະນະນີ້. ຂ້າພະເຈົ້າຢາກຂໍຂອບໃຈມາຍັງ ສພອ., ດຣ. ສະວະເອະ ແລະ ທີມງານຊັບພະຍາກອນຍີ່ປຸ່ນຈາກມະຫາວິທະຍາໄລ ສູກູບະ ພ້ອມທັງອົງການອື່ນໆທີ່ກ່ຽວຂ້ອງ ສຳລັບຄວາມພະຍາຍາມແລະການມີສ່ວນຮ່ວມຂອງທ່ານໃນໂຄງການ. ຂ້າພະເຈົ້າຫວັງວ່າທ່ານຈະມີຄວາມມ່ວນຊື່ນກັບການອອກກຳລັງກາຍຈາກປຶ້ມຄູ່ມືນີ້ຢູ່ເຮືອນ! ທ່ານ ໂມຣິຕະ ທະກະຮິໂຣ, ຫົວໜ້າຜູ້ແທນອົງການໄຈກາປະຈຳຫ້ອງການປະເທດໄທ #Page 5 ຂ້າພະເຈົ້າໄດ້ຮຽນ ແລະ ຝຶກກ່ຽວກັບການຊ່ວຍເຫຼືອດ້ານການພັດທະນາທາງການເຄື່ອນໄຫວສຳລັບເດັກພິການຢູ່ທີ່ມະຫາວິທະຍາໄລສູກູບະໃນປະເທດ ຍີ່ປຸ່ນ. ໃນຊ່ວງທ້າຍເດືອນເມສາ ປີ 2020, ໂຮງຮຽນ ແລະ ສະຖາບັນອື່ນໆໃນປະເທດຍີ່ປຸ່ຈຳເປັນຕ້ອງຖືກລະງັບການອອກນອກພື້ນທີ່ ແລະ ກິດຈະກຳຕ່າງໆທີ່ເຄີຍຖືກຈັດຂຶ້ນສຳລັບເດັກພິການກໍ່ຕ້ອງຖືກຍົກເລີກ. ຫຼັງຈາກການປິດບໍ່ດົນ, ບັນດາພໍ່ແມ່ຜູ້ປົກຄອງຂອງເດັກພິການທີ່ເຄີຍເຂົ້າຮ່ວມກິດຈະກຳຂອງພວກເຮົາໄດ້ເວົ້າວ່າລູກຂອງພວກເຂົາກິນອາຫານຫຼາຍເກີນໄປຍາມຢູ່ເຮືອນ, ພວກເຂົາບໍ່ຕ້ອງການເຄື່ອນໄຫວຮ່າງກາຍ, ພວກເຂົາຮູ້ສຶກກັງວົນໃຈ ເພາະວ່າພວກເຂົາບໍ່ມີກິດຈະກຳໃຫ້ເຮັດເປັນກິດຈະວັດ ຫຼັງຈາກນັ້ນພວກເຂົາກໍ່ມີອາການຮ້າຍແຮງກ່ອນເກົ່າ. ພໍ່ແມ່ເອງກໍ່ຮູ້ສຶກເຄັ່ງຄຽດ ແລະ ກັງວົນໃຈກ່ຽວກັບການຈັດການກັບສະພາບການທີ່ເປັນຢູ່, ເຊີ່ງບ່ໍເຄີຍປະສົບມາກ່ອນ. ສະນັ້ນ, ຂ້າພະເຈົ້າຈຶ່ງໄດ້ລວບລວມເພື່ອນຮ່ວມງານ ແລະ ວາງແຜນທີ່ຈະຊ່ວຍໃຫ້ເດັກພິການທາງດ້ານພັດທະນາການມີຄວາມສຸກໃນການອອກກຳລັງກາຍ ແລະໃຊ້ຊີວິດຢ່າງມີສຸຊະພາບດີໃນສະພາບການນີ້, ເຊີງແຜນນີ້ແມ່ນເປັນການຈັດກິດຈະກຳອອນລາຍ. ເຖິງແມ່ນວ່າຂ້າພະເຈົ້າຈະບໍ່ມີຄວາມສາມາດທາງດ້ານເຕັກໂນໂລຊີຫຼາຍປານໃດ, ແຕ່ຂ້າພະເຈົ້າກໍ່ໄດ້ຮຽນຮູ້ກ່ຽວກັບເຕັກໂນໂລຊີການສື່ສານຈາກການທົດລອງ ແລະ ລອງຜິດລອງຖືກ ພ້ອມທັງນຶກເຖິງໜ້າຂອງເດັກນ້ອຍ ແລະ ພໍ່ແມ່ຂອງພວກເຂົາໄວ້ໃນໃຈຢູ່ສະເໝີ. ຄວາມຊົງຈໍາຈຶ່ງເປັນຕົ້ນກໍາເນີດຂອງຄວາມຮູ້. ເນື້ອຫາພາຍໃນປຶ້ມຄູ່ມືເຫຼັ້ມນີ້ແມ່ນມາຈາກປະສົບການຂອງຕົວຂ້າພະເຈົ້າ ແລະ ເພື່ອນຮ່ວມງານ. ແນ່ນອນວ່າທ່ານອາດຈະບໍ່ຈຳເປັນຕ້ອງປະຕິບັດໃຫ້ ຄ້າຍຄືກັບສິ່ງທີ່ຂຽນໄວ້ໃນປຶ້ມຄູ່ມື. ທ່ານສາມາດປັບເນື້ອຫາພາຍໃນເພື່ອເຮັດໃຫ້ມັນມ່ວນຊື່ນສຳລັບເດັກນ້ອຍທີ່ເຂົ້າຮ່ວມກິດຈະກຳໄດ້. ເພື່ອນຮ່ວມງານ ແລະຂ້າພະເຈົ້າໄດ້ເຄີຍພະຍາຍາມ ແລະ ລົ້ມເຫຼວຫຼາຍເທື່ອ, ສະນັ້ນພວກເຮົາຈຶ່ງຢາກໃຫ້ທ່ານໄດ້ລອງເຮັດຫຼາຍໆເທື່ອ ແລະ ຍົກລະດັບເນື້ອຫາໃຫ້ເກີດສິ່ງໃຫມ່ທີ່ດີກວ່າສຳລັບເດັກນ້ອຍ ການທົດລອງ ແລະ ການຍົກລະດັບເນື້ອຫາຂອງທ່ານຈະເປັນແຫຼ່ງຂໍ້ມູນສຳລັບການປັບປຸງໃຫ້ກັບເຮົາ. ທ່ານ ດຣ. ສະວະເອະ ຢູກິໂນຣິ ຮອງສາດສະດາຈານ ນັກຈິດຕະວິທະຍາພັດທະນາການຄລີນິກ, ຄະນະສຸຂະພາບແລະວິທະຍາສາດການກິລາ ມະຫາວິທະຍາໄລສູກູບະ #Page 6 ສພອ ຂໍຂອບໃຈອົງການຮ່ວມມືສາກົນຍີ່ປຸ່ນ (JICA) ແລະມະຫາວິທະຍາໄລສູກູບະ ທີ່ໄດ້ໃຫ້ການຮ່ວມມື ແລະມີສ່ວນຮ່ວມຢ່າງໃຫຍ່ຫຼວງ ໃນໂຄງການ “ສົ່ງເສີມກິດຈະກຳການອອກກໍາລັງກາຍສຳລັບເດັກນ້ອຍທີ່ເປັນໂອທິສຕິກ, ພິການທາງສະຕິປັນຍາ, ແລະ ພິການທາງດ້ານ ຈິດໃຈໃນບັນດາປະເທດອາຊຽນ ເພື່ອຮັບມືໃນຊ່ວງໂຄວິດ-19” ຜົນໄດ້ຮັບທີ່ສຳຄັນຂອງໂຄງການແມ່ນປຶ້ມຄູ່ມືສຳລັບການສ້າງຄວາມ ເຂັ້ມແຂງໃຫ້ແກ່ພໍ່ແມ່ຂອງເດັກ ເພື່ອສົ່ງເສີມກິດຈະກຳອອກກຳລັງກາຍສຳລັບລູກໆຂອງພວກເຂົາ. ປຶ້ມຄູ່ມືນີ້ປະກອບມີທັງພາສາອັງກິດ ແລະ ພາສາຂອງບັນດາປະເທດສະມາຊິກອາຊຽນ. ພວກເຮົາເຊື່ອວ່າປຶ້ມຄູ່ມືນີ້ຈະມີປະໂຫຍດໃນການຊ່ວຍເຫຼືອກຸ່ມເປົ້າໝາຍໃນພາກພື້ນອາຊຽນ ຂອງພວກເຮົາໃຫ້ມີສຸຂະພາບທີ່ແຂງແຮງໃນໄລຍະຫຼັງຈາກການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19. ພວກເຮົາຂໍຂອບໃຈມາຍັງທຸກຄູ່ຮ່ວມມືອາຊຽນ, ບໍ່ວ່າຈະເປັນສະມາຊິກຂອງເຄືອຂ່າຍໂອທິສຕິກອາຊຽນ, ເຄືອຂ່າຍຄວາມພິການທາງສະຕິ ປັນຍາຂອງສະຫະປະຊາຊາດໃນອະນຸພາກພື້ນແມ່ນໍ້າຂອງ, ສະມາຄົມໂລກຈິດແຫ່ງປະເທດໄທ, ສະມາຄົມເພື່ອຄົນພິການທາງສະຕິ ປັນຍາໄທ, ແລະ ສະມາຄົມສະຫະພັນໂອທິສຕິກໄທ. ເຂົາເຈົ້າເຂົ້າຮ່ວມຢ່າງຫ້າວຫັນໃນແຕ່ລະກອງປະຊຸມແລະແນະນໍາການປັບປຸງປຶ້ມຄູ່ມື. ແຕ່ຫນ້າເສຍດາຍ, ເພື່ອນຮ່ວມງານຈາກບຣູໄນແລະສິງກະໂປບໍ່ສາມາດເຂົ້າຮ່ວມໃນໂຄງການນີ້ໄດ້. ພວກເຮົາເຊື່ອວ່າໂຄງການດັ່ງກ່າວຈະ ສົມບູນກວ່າຖ້າປະເທດທັງສອງສາມາດເຂົ້າຮ່ວມໄດ້” ພວກເຮົາເຊື່ອໝັ້ນວ່າໂຄງການດັ່ງກ່າວຈະເປັນແບບຢ່າງໃນການເຮັດວຽກຮ່ວມກັບບັນດາຄູ່ຮ່ວມມືແລະເຄືອຂ່າຍຕ່າງໆໃນປະເທດຍີ່ປຸ່ນ ແລະ ບັນດາປະເທດອາຊຽນ ເພື່ອເຮັດໃຫ້ມີການປ່ຽນແປງໃນທາງບວກສຳລັບຄົນທີ່ມີຄວາມເປັນພິການ ແລະ ຜູ້ສູງອາຍຸໃນໄລຍະວິກິດການ ໂຄວິດ-19 ໃນປະຈຸບັນຂອງພາກພື້ນຂອງພວກເຮົາ. ທ່ານ ພິລຸນ ລາຍສະມິດ ຜູ້ບໍລິຫານ ສພອ #Page 7 ບົດທີ 1 ບົດນຳ CEP ແມ່ນຫຍັງ? ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ (CEP) ເລີ່ມການຮ່ວມມືທາງດ້ານ ວິຊາການເພື່ອສະໜັບສະໜູນ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ກຸ່ມທີ່ມີຄວາມສ່ຽງ ລວມທັງຄົນພິການ (PWDs) ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງເຊື້ອ ພະຍາດໂຄວິດ-19. ລະດົມຊັບພະຍາກອນແນວໃດ? ທຶນສະໜັບສະໜູນສຳລັບ CEP ແມ່ນໄດ້ຮັບການຊ່ວຍເຫຼືອຈາກສຳນັກງານອົງການຮ່ວມມືສາກົນຍີ່ປຸ່ນ (JICA) ປະຈຳປະເທດໄທ. ສພອ. ຊ່ວຍອຳນວຍຄວາມສະດວກ ແລະ ດຳເນີນໂຄງການ, ແລະ ມະຫາວິທະຍາໄລສູກູບະກໍ່ໄດ້ໃຫ້ການສະໜັບສະໜູນ ທາງດ້ານວິຊາການໃນການຖ່າຍທອດຄວາມຮູ້. ທັງສາມພາກສ່ວນເຮັດວຽກຮ່ວມກັນ ຢ່າງໃກ້ຊິດໃນດ້ານການວາງແຜນ, ການປະຕິບັດ, ແລະ ການຕິດຕາມກວດກາ. #Page 8 ເປັນຫຍັງພວກເຮົາຈຶ່ງຈັດໂຄງການ CEP ສຳລັບບຸກຄົນທີ່ມີຄວາມຕ້ອງການຊ່ວຍເຫຼືອ ເປັນພິເສດ ແລະ ຄອບຄົວໃນບັນດາປະເທດອາຊຽນເພື່ອຮັບມືກັບຊ່ວງ ໂຄວິດ-19? ໃນຊ່ວງການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19, ເດັກນ້ອຍຫຼາຍຄົນ ແມ່ນມີສຸຂະພາບບໍ່ດີ ທັງທາງດ້ານຮ່າງກາຍ ແລະ ຈິດໃຈ, ເຊິ່ງສ້າງຄວາມກັງວົນໃຈໃຫ້ກັບຄອບຄົວຂອງພວກເຂົາຢ່າງຫຼວງຫຼາຍ. ພວກເຂົາກິນອາຫານທີ່ບໍ່ດີຕໍ່ສຸຂະພາບ, ນັ່ງຫຼືນອນຫຼີ້ນໂທລະສັບມືຖື, ແລະ ຕອນເຂົ້ານອນ. ພວກເຂົາມີແນວໂນ້ມທີ່ຈະນ້ຳໜັກຂຶ້ນ ແລະ ເກີດຄວາມອຸກອັ່ງ, ຍິ່ງໄປກວ່ານັ້ນພວກເຂົາບໍ່ມີປະຕິສໍາພັນກັບຄອບຄົວ ຕົນເອງ ແລະ ອາດຈະກະທຳຮ້າຍຕໍ່ສະມາຊິກໃນຄອບຄົວຂອງຕົນເອງນຳ. “ສົນທິສັນຍາສະຫະປະຊາຊາດວ່າດ້ວຍສິດທິຂອງຄົນພິການ” ມາດຕາ 30: ການມີສ່ວນຮ່ວມທາງດ້ານວັດທະນະທຳ, ການພັກຜ່ອນຢ່ອນໃຈ, ການພັກຜ່ອນ ຍາມຫວ່າງ ແລະກິລາ. ຄົນພິການມີສິດເທົ່າທຽມກັບບຸກຄົນອື່ນໃນການເຂົ້າຮ່ວມ ແລະ ມ່ວນຊື່ນກັບສິລະປະ, ກິລາ, ເກມ, ຮູບເງົາ ແລະ ກິດຈະກຳບັນເທິງອື່ນໆ, ສະນັ້ນ ກິດຈະກໍາທາງດ້້ານຮ່າງກາຍຄວນເຂົ້າ ເຖິງທຸກຄົນ, ລວມທັ້ງເດັກພິການບໍ່ວ່າຈະເປັນເວລາຫລືສະຖານທີ່ໃດກໍ່ຕາມ. ປຶ້ມຄູ່ມືນີ້ແມ່ນເປັນເຄື່ອງມືເພື່ອກະຕຸ້ນໃຫ້ບຸກຄົນທີ່ເປັນໂອທິສຕິກ, ພິການທາງສະຕິປັນຍາ, ແລະ ພິການທາງດ້ານຈິດໃຈໄດ້ມີສ່ວນຮ່ວມ ກັບສະມາຊິກໃນຄອບຄົວຂອງຕົນເອງ ໂດຍການນຳໃຊ້ແພັດຟອມຕົວຈິງໃນລະຫວ່າງສະຖານະການແຜ່ລະບາດຂອງເຊື້ອພະຍາດໂຄວິດ 19. ຂໍໃຫ້ທ່ານເພີດເພີນກັບການອອກກໍາລັງກາຍ ແລະເຮັດໃຫ້ເດັກນ້ອຍຂອງພວກເຮົາຍິ້ມ ໄປກັນເລີຍ! #Page 9 ບົດທີ 2 ວິທີໃຊ້ປຶ້ມຄູ່ມື ຫຼັກການຂອງປຶ້ມຄູ່ມື 1)ໃນຊ່ວງການກັກກັນເພື່ອປ້ອງກັນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19, ປຶ້ມຄູ່ມືນີ້ມີຈຸດປະສົງເພື່ອຍົກລະດັບຄຸນນະ ພາບຊີວິດ ແລະ ສົ່ງເສີມແບບແຜນການໃຊ້ຊີວິດທີ່ມີສຸຂະພາບແຂງແຮງຜ່ານການອອກກຳລັງກາຍ. 2) ປຶ້ມຄູ່ມືນີ້ມີຄວາມຕັ້ງໃຈທີ່ຈະຊຸກຍູ້ພໍ່ແມ່, ສະມາຊິກໃນຄອບຄົວ, ຄູ ຫຼືຜູ້ປົກຄອງໃຫ້ການສະໜັບສະໜູນ ແລະຫຼີ້ນກັບລູກ ຂອງພວກເຂົາຢູ່ເຮືອນ. 3) ປຶ້ມຄູ່ມືຮີ້ໃຊ້ການປະຕິສໍາພັນຜ່ານແພັດຟອມສະເໝືອນຈິງເພື່ອຖ່າຍໂອນຄວາມຮູ້ ແລະການອອກກຳລັງກາຍໃນຊ່ວງການລອກດາວ ເນື່ອງຈາກການແຜ່ລະບາດຂອງເຊື້ອພະຍາດໂຄວິດ- 19, ເມື່ອການຝຶກອົບຮົມແບບພົບປະ (ແບບເຊິ່ງໜ້າ) ແລະ ການເດີນ ທາງລະຫວ່າງປະເທດບໍ່ສາມາດເຮັດໄດ້. 4) ເຖິງແມ່ນວ່າຫົວຂໍ້ໂຄງການແມ່ນ “ການສົ່ງເສີມກິດຈະກຳທາງກາຍສຳລັບເດັກນ້ອຍທີ່ເປັນໂອທິສຕິກ, ພິການທາງສະຕິປັນຍາ, ແລະ ພິການທາງດ້ານຈິດໃຈ,” ເມື່ອຕ້ອງອ້າງເຖິງພວກເຂົາ ມາສ້າງກິດຈະກຳອອກກຳລັງກາຍອອນລາຍ ໂດຍໃຊ້ວັດສະດຸທີ່ທຸກທ່ານມີຢູ່ເຮືອນນຳກັນ! #Page 10 ວິທີການອອກກໍາລັງກາຍຜ່ານແພັດຟອມຊູມ (Zoom) ຊູມ ແມ່ນໂປແກຼມສື່ສານໄລຍະທາງໄກທີ່ • ໃຊ້ງານໄດ້ຟຼີພາຍໃນ 45 ນາທີ • ໃຊ້ງ່າຍ ແລະ ມ່ວນ • ເປັນທີ່ນິຍົມ • ເປັນສາກົນ ລົງທະບຽນບັນຊີຂອງທ່ານກັບຊູມແນວໃດ? 1.ດາວໂຫລດແອັບພິເຄຊັນໄວ້ທີ່ໜ້າຈໍຄອມພິວເຕີ ຫຼືອຸປະກອນມືຖື ທ່ານສາມາດລົງທະບຽນ (sign up) ໂດຍ: • ສ້າງບັນຊີດ້ວຍທີ່ຢູ່ອີເມວ ແລະ ລະຫັດຜ່ານຂອງທ່ານ. • ລົງຊື່ເຂົ້າໃຊ້ (sign in) ດ້ວຍໂປແກຼມ SSO (Single Sign-On) ຫຼືບັນຊີ Google ຫຼື Facebook ຂອງທ່ານ. ເຂົ້າຮ່ວມໂປແກຼມທາງໄກແນວໃດ? ເຂົ້າຮ່ວມດ້ວຍ URL ທີ່ໃຫ້ໄວ້ໂດຍຜູ້ສ້າງກອງປະຊຸມ. ກົດລິ້ງເພື່ອເຂົ້າຮ່ວມດ້ວຍໄອດີ (ID) ຂອງກອງປະຊຸມທີ່ໃຫ້ໄວ້ໂດຍຜູ້ສ້າງກອງປະຊຸມ. #Page 11 ຂັ້ນຕອນທີ 1: ເປີດແອັບຊູມແລ້ວກົດປຸ່ມ “Join”. ຂັ້ນຕອນທີ 2: ພິມໄອດີຂອງກອງປະຊຸມໃສ່ໃນປ່ອງ ເພີ່ມຊື່ຂອງທ່ານ ແລ້ວກົດປຸ່ມ “Join”. #Page 12 ວິທີການຈັດຕາຕະລາງເວລາໂປແກຼມກັບຊູມ ຂັ້ນຕອນທີ 1: ກົດທີ່ສັນຍາລັກປະຕິທິນ (ຕິດປ້າຍຊື່ວ່າ “Schedule” ຢູ່ໃຕ້ລຸ່ມຂອງສັນຍາລັກ) ເພື່ອສ້າງກອງປະຊຸມ. #Page 13 ຂັ້ນຕອນທີ 2: ໃສ່ຂໍ້ມູນໃນແບບຝອມ “Schedule Meeting” ທີ່ເດັ້ງຂຶ້ນມາ. ຂັ້ນຕອນທີ 3: ເມື່ອທ່ານໃສ່ຂໍ້ມູນສຳເລັດແລ້ວ ໃຫ້ກົດທີ່ປຸ່ມ “Schedule” ທີ່ຢູ່ເບື້ອງຂວາລຸ່ມຂອງໜ້າຈໍ. #Page 14 ການກະກຽມສື່ການສອນ ແນະນຳໃຫ້ຫາວັດສະດຸທີ່ມີຢູ່ເຮືອນມາໃຊ້ສຳລັບເຮັດກິດຈະກຳ ໂດຍຄວນກະກຽມວັດສະດຸດັງຕໍ່ໄປນີ້: ໜັງສືພິມ, ໜ້າກາກ, ເທັບ, ຖົງຢາງປລາສຕິກ, ສາດໂຢຄະ ແລະອື່ນໆ. ກິດຈະກໍາການອອກກໍາລັງກາຍຄວນຈະຕ້ອງມ່ວນ ໂດຍສະເພາະຢ່າງຍິ່ງຕ້ອງບໍ່ເສຍຄ່າໃຊ້ຈ່າຍໃດໆ ແລະເປັນສິ່ງທີ່ເດັກນ້ອຍຕ້ອງການ ເຮັດດ້ວຍຄວາມສະໝັກໃຈ, ໃນຂະນະດຽວກັນ ອຸປະກອນອິເລັກໂຕຣນິກສຳລັບການສື່ສານທີ່ສາມາດ ແນມເຫັນກັນໄດ້, ຄອມພິວເຕີສ່ວນຕົວ, ທີ່ຢູ່ອີເມວ, ການເຊື່ອມຕໍ່ອິນເຕີເນັດ, ແລະ ແພັດຟອມຊູມຕ່າງ ກໍ່ເປັນສິ່ງທີ່ຈຳເປັນໃນການເຮັດກິດຈະກໍາ. ວິທີການຈັດກິດຈະກຳສະເໝືອນຈິງ •ສ້າງກິດຈະກຳ. •ສົ່ງລິ້ງການເຊື້ອເຊີນໃຫ້ຜູ້ເຂົ້າຮ່ວມແລະ/ຫຼືຜູ້ທີ່ສົນໃຈ. •ຈັດກອງປະຊຸມ; ວາງແຜນກິດຈະກຳຕ່າງๆສຳລັບກອງປະຊຸມ. •ແນະນຳໂຄງການ; ອະທິບາຍໃຫ້ຜູ້ເຂົ້າຮ່ວມຮູ້ວ່າພວກເຂົາເຈົ້າຈະຕ້ອງເຮັດຫຍັງ. •ໃຫ້ການຕີຄວາມຫຼືຄຳອະທິບາຍຫາກຈຳເປັນ. •ແຈກຢາຍເນື້ອໃນ. •ເມື່ອສໍາເລັດກັບເນື້ອໃນ ແລ້ວໃຫ້ຂໍ້ມູນກ່ຽວກັບກິດຈະກຳຕໍ່ໄປ. ຂໍ້ມູນເພີ່ມຕື່ມກ່ຽວກັບວິທີການ, ຂັ້ນຕອນ, ແລະຕົວຢ່າງຂອງໂປແກຼມແມ່ນມີຢູ່ໃນພາກເອກະສານຊ້ອນທ້າຍຂອງປຶ້ມຄູ່ມຶນີ້. #Page 17 ບົດທີ 3 ກິດຈະກຳອອກກໍາລັງກາຍ ທີ່ແນະນຳ ພວກເຮົາຂໍຂອບໃຈສຳລັບຄວາມຮ່ວມມືຈາກບຸກຄະລາກອນຊັບພະຍາກອນຍີ່ປຸ່ນແລະ ບັນດາຄູ່ຮ່ວມມືອາຊຽນທີ່ໃຫ້ຂໍ້ມູນ ແລະແບ່ງປັນຄຳຄິດເຫັນເພື່ອພັດທະນາກິດຈະກຳທີ່ລຽບງ່າຍ, ເປັນມິດ, ແລະດີເລີດສຳລັບປຶ້ມຄູ່ມືນີ້. #Page 18 1)ອົບອຸ່ນຮ່າງກາຍ/ຄູລດາວ ການຍືດເສັ້ນຍືດສາຍ ລຳດັບທີ 1 ແນວຄວາມຄິດ: ມາຍືດແຂນເພື່ອປ້ອງກັນອາການເຈັບປວດນຳກັນ! -ເລີ່ມກັນເລີຍ! -ເຫຼືອ 4, 3, 2 ວິນາທີ -ເຫຼືອ 1 ວິນາທີ, ແລ້ວໆ! • ທ່ານຕ້ອງແນ່ໃຈວ່າໄດ້ສະແດງໃຫ້ເຫັນທຸກສ່ວນຂອງຮ່າງກາຍທີ່ໜ້າຈໍແລ້ວ • ພັບນິ້ວມືເທືອລະນິ້ວເພື່ອນັບເວລາ ຖ້າຂະບວນທ່ານີ້ຍາກເກີນໄປ, ໃຫ້ທ່ານຄ່ອຍๆເຮັດທີ່ລະຂັ້ນຕອນ 1.ຢຽດແຂນຊ້າຍຂ້າມໜ້າເອິກຂອງທ່ານ. 2.ວາງແຂນຂວາຂອງທ່ານໄວ້ໃຕ້ລຸ່ມຂອງແຂນຊ້າຍ ເບື້ອງຫຼັງຂອງແຂນຫັນໄປຫາກ້ອງ. 3.ງໍແຂນຂວາ ແລະຮັກສາແຂນຊ້າຍໃຫ້ຢູ່ກັບບ່ອນ. 4.ເຮັດທ່ານີ້ອີກເທື່ອ ແຕ່ສະຫລັບກັນລະຫວ່າງແຂນຂວາກັບແຂນຊ້າຍ. ວາງ URL ຂອງວິດີໂອບ່ອນນີ້. https://www.youtube.com/watch?v=zCs25aAWuNY #Page 19 2)ອົບອຸ່ນຮ່າງກາຍ/ຄູລດາວ ການຍືດເສັ້ນຍືດສາຍ ລຳດັບທີ 2 ແນວຄວາມຄິດ: ມາຍືດຮ່າງກາຍເພື່ອປ້ອງກັນອາການເຈັບປວດນຳກັນ! ງໍສອກ ຈັບສອກໄວ້! ໂຄ້ງລົງທາງຂ້າງ! ຍ້ອງຍໍລູກຂອງທ່ານດ້ວຍການບອກວ່າ “ເຮັດດີແລ້ວ” ຖ້າພວກເຂົາເຄື່ອນໄຫວໄດ້ແບບດຽວກັນຫຼືຄ້າຍຄືກັນກັບຮູບພາບ. ຖ້າຂະບວນທ່ານີ້ຫາກຍາກເກີນໄປ, ໃຫ້ແບ່ງອອກເປັນຫຼາຍໆຂັ້ນຕອນ, ຄ້າຍຄືກັບຮູບທີ່ສະແດງຢູ່ຂ້າງເທີງ. ວາງ URL ຂອງວິດີໂອບ່ອນນີ້. https://www.youtube.com/watch?v=BAeT6TGpSVA #Page 20 3) ອົບອຸ່ນຮ່າງກາຍ/ຄູລດາວ ທ່າໂຢຄະ ແນວຄວາມຄິດ: ມາລອງເຮັດທ່າໂຢຄະແບບຕ່າງໆເພື່ອປ້ອງກັນອາການເຈັບປວດແລະເພື່ອຄວາມຜ່ອນຄາຍນຳກັນ! ທ່າຕົ້ນໄມ້ ທ່ານັກຮົບ ທ່າວິດພື້ນ ຕັ້ງເວລາຕາມເງື່ອນໄຂສະພາບຮ່າງກາຍຂອງເດັກນ້ອຍເພື່ອໃຫ້ເດັກນ້ອຍສາມາດອອກກຳລັງກາຍໄດ້ຢ່າງສະດວກ ໃນຂະນະທີ່ຍືດເສັ້ນ, ແນະນຳໃຫ້ຫນ້າຈໍສາມາດແນມເຫັນທຸກສ່ວນຂອງຮ່າງກາຍ. ທ່ານສາມາດປັບມຸມກ້ອງເພື່ອໃຫ້ແນມເຫັນທ່າທາງຊັດເຈນທີ່ສຸດ, ທັງນີ້ຂຶ້ນຢູ່ກັບທ່າແຕ່ລະທ່າທ່າ. ຖ້າຂະບວນທ່ານີ້ຍາກເກີນໄປ, ລອງໃຊ້ຝາເຮືອນຫຼືຄົນອື່ນ ເພື່ອເພີ່ງອີງ ວາງ URL ຂອງວິດີໂອບ່ອນນີ້. https://www.youtube.com/watch?v=_UnwuiFBNgk #Page 21 4) ເກມຈັກກຼິ້ງ Juggling Game ແນວຄວາມຄິດ: ເປົ່າລົມໃສ່ໃນຖົງຢາງປລາສຕິກທີ່ທ່ານສາມາດຫາໄດ້ໃນເຮືອນ ເພື່ອເຮັດໝາກປຸ້ງ. ມັດປາກຖົງໃຫ້ແໜ້ນ, ແລ້ວໂຍນມັນຂຶ້ນໄປໃນອາກາດ ໂດຍໃຫ້ຢູ່ໃນໄລຍະທີ່ທ່ານຢຽດແຂນເຖີງ ເປົ່າລົມໃສ່ໃນຖົງຢາງປລາສຕິກ ໂຍນຖົງຂຶ້ນດ້ວຍຝາມື ໂຍນຖົງຂຶ້ນດ້ວຍແຂນສອກ ມາລອງເບິ່ງວ່າທ່ານຈະສາມາດໂຍນມັນໂດຍບໍ່ຕົກພື້ນໄດ້ຈັກເທື່ອພາຍໃນ 20 ວິນາທີ! ຍ້ອງຍໍລູກຂອງທ່ານດ້ວຍການບອກວ່າ “ເຮັດດີແລ້ວ” ເຖິງແມ່ນວ່າເຂົາຈະເຮັດໄດ້ພຽງຄັ້ງດຽວກໍ່ຕາມ. ຖ້າຂະບວນທ່ານີ້ຍາກເກີນໄປ, • ໃຫ້ໃຊ້ສິ່ງຂອງຢ່າງອື່ນ ເຊັ່ນ ໝາກປຸ້ງຈິງ. ຖ້າຂະບວນທ່ານີ້ງ່າຍເກີນໄປ, • ນອກຈາກຝາມືແລ້ວ, ໃຫ້ທ່ານລອງໂຍນຖົງຢາງດ້ວຍສ່ວນອື່ນໆຂອງຮ່າງກາຍ ເຊັ່ນ ແຂນສອກ, ບ່າ, ຕີນ, ແລະຫົວ. ວາງ URL ຂອງວິດີໂອບ່ອນນີ້. https://www.youtube.com/watch?v=zh4ndJu19Yg&t=3s #Page 22 5) ເກມດຸ່ນດ່ຽງ Balanced Game ແນວຄວາມຄິດ: ນີ້ແມ່ນເກມຮັກສາສົມດຸນທີ່ເອົາສິ່ງຂອງທີ່ທ່ານມີຢູ່ເຮືອນມາໃຊ້ (ເຊັ່ນ: ໜັງສືພິມ) ມາລອງເຮັດເບິ່ງວ່າທ່ານຈະສາມາດດຸ່ນດ່ຽງສິ່ງຂອງຕ່າງໆໄດ້ດົນປານໃດ! ມ້ວນໜັງສືພິມ ຂວດຟລາສຕິກ ປຶ້ມ ຖ້າຂະບວນທ່ານີ້ຍາກເກີນໄປ, • ໃຫ້ຊອກຫາສິ່ງຂອງທີ່ງ່າຍຕໍ່ການຮັກສາສົມດຸນກວ່ານີ້ (ເຊັ່ນ ຖ້ວຍ ຫຼື ຈານຟລາສຕິກ). ຖ້າຂະບວນທ່ານີ້ງ່າຍເກີນໄປ, • ພະຍາຍາມດຸ່ນດ່ຽງສິ່ງຕ່າງໆດ້ວຍສ່ວນອື່ນໆຂອງຮ່າງກາຍ (ເຊັ່ນ: ຫົວ ຫລັງ ຕີນ ແລະອື່ນໆ). ວາງ URL ຂອງວິດີໂອບ່ອນນີ້. https://www.youtube.com/watch?v=uWvkMkaJ7-g&t=3s #Page 23 6) ກ້າວຂາໄປທາງຂ້າງ Side Step ແນວຄວາມຄິດ: ເກມນີ້ໃຫ້ວາງໄມ້ຫົກຂັ້ນ (ສໍດໍາ ແລະ/ຫຼືປາກກາ) ໄວ້ໃນໄລຍະທີ່ຫ່າງຈາກຖ້ວຍທີ່ຢູ່ໃຈກາງສອງຫຼືສາມແມັດ ຫຼັງຈາກໄດ້ຮັບສັນຍານເລີ່ມເກມແລ້ວ ໃຫ້ທ່ານເອົາໄມ້ຂັ້ນ ຫຼື ສໍດໍາໃສ່ລົງໃນຈອກເທື່ອລະອັນ ໂດຍ ໃຫ້ເຮັດໄປພ້ອມກັບການກ້າວຂາໄປດ້ານຂ້າງ ພ້ອມແລ້ວບໍ່? ເລີ່ມເລີຍ! ຈັບໄມ້ຂຶ້ນ ໃສ່ໄມ້ລົງໃນຈອກ ຈັບໄມ້ຂັ້ນອີກຂ້າງ ຖ້າຂະບວນທ່ານີ້ຍາກເກີນໄປ, • ທ່ານສາມາດເຮັດໃຫ້ໄລຍະຫ່າງລະຫວ່າງຈອກແລະໄມ້ກັນສັ້ນລົງໄດ້. ຖ້າຂະບວນທ່ານີ້ງ່າຍເກີນໄປ, •ລອງຊອກຫາວິທີກ້າວຂາແບບອືນໆ เຊັ່ນ ກ້າວຂາດຽວ ຫຼືໝຸນຕົວແທນການກ້າວຂາໄປທາງຂ້າງ ແລ້ວສັງເກດ ການເຄື່ອນໄຫວຂອງລູກທ່ານ. ວາງ URL ຂອງວິດີໂອບ່ອນນີ້. https://www.youtube.com/watch?v=ggSWLe_M1ks&t=4s #Page 24 7) ເກມວົງແຫວນ Quoit Game ແນວຄວາມຄິດ: ເກມນີ້ໃຫ້ໂຍນວົງແຫວນເຈ້ຍໃສ່ມື, ຕີນ ຫຼືຫົວຂອງຄົນທີ່ຢືນຢູ່ຫ່າງອອກໄປສອງຫຼືສາມແມັດ. ເຮັດວົງແຫວນເຈ້ຍ! ເລັງເປົ້າໝາຍ ຄະແນນສູງສຸດ 4 ຄະແນນ! ໂຍນວົງແຫວນເຈ້ຍໃສ່ 4 ສ່ວນຂອງຮ່າງກາຍ (ມືສອງຂ້າງ ຫົວ ແລະຂາຂ້າງໜື່ງ) ແລ້ວເບິ່ງວ່າສ່ວນໃດແດ່ທີ່ວົງແຫວນເຈ້ຍສາມາດ ເຂົ້າສວມໄດ້, ສວມໄດ້ໜຶ່ງສ່ວນເທົ່າກັບໜຶ່ງຄະແນນ ເຖີງແມ່ນວ່າລູກຂອງທ່ານຈະໂຍນວົງແຫວນເຈ້ຍໃສ່ສ່ວນເດີມຊ້ຳໆສອງຫຼືສາມເທື່ອ ແຕ່ກໍ່ໃຫ້ຖືວ່ານັບເປັນໜຶ່ງຄະແນນ. ຖ້າຂະບວນທ່ານີ້ຍາກເກີນໄປ, • ລົດໄລຍະຫ່າງລະຫວ່າງຜູ້ໂຍນແລະເປົ້າຫມາຍໃຫ້ສັ້ນລົງ. • ເຮັດວົງແຫວນເຈ້ຍໃຫ້ໃຫຍ່ຂຶ້ນ. ຖ້າຂະບວນທ່ານີ້ງ່າຍເກີນໄປ, • ເພີ່ມໄລຍະຫ່າງລະຫວ່າງຜູ້ໂຍນແລະເປົ້າຫມາຍໃຫ້ຍາວອອກ. • ໃຫ້ຜູ້ເປັນເປົ້າຫມາຍເຄື່ອນຕົວລະຫວ່າງຫຼຶ້ນ. ວາງ URL ຂອງວິດີໂອບ່ອນນີ້. https://www.youtube.com/watch?v=j2dEs29Vy0U&t=11s #Page 25 8) ເກມກະໂດດເຊືອກ Jumping Rope Game ແນວຄວາມຄິດ: ມາລອງກະໂດດຂ້າມວົງເຈ້ຍແບບກະໂດດເຊືອກນຳກັນ ເຮັດວົງແຫວນເຈ້ຍຂະໜາດໃຫຍ່ ກะໂດດຂ້າມວົງເມື່ອມັນເຄື່ອນຕົວມາໃກ້ຕີນຂອງທ່ານ! ມາລອງທາຍກັນເບິ່ງວ່າ ເຮົາຈະສາມາດກະໂດດຂ້າມວົງແຫວນໄດ້ຈັກເທື່ອພາຍໃນເວລາ 20 ວິນາທີ ຖ້າຂະບວນທ່ານີ້ຍາກເກີນໄປ, • ກ້າວຂาຂ້າມວົງແຫວນເທື່ອລະຂ້າງ. • ໃຊ້ວົງແຫວນຂະໜາດທີ່ໃຫຍ່ກວ່າເດີມ. ຖ້າຂະບວນທ່ານີ້ງ່າຍເກີນໄປ, • ໃຫ້ລອງກະໂດດຂ້າມວົງແຫວນກັບຫຼັງ. • ກຳໜົດໄລຍະເວລາໃຫ້ຍາວຂຶ້ນ. ວາງ URL ຂອງວິດີໂອບ່ອນນີ້. https://www.youtube.com/watch?v=iWh2MvkEH_Q&t=5s #Page 26 9) ເກມເອົາຊະນະປີສາດ! Beat the Monsters! ແນວຄວາມຄິດ: ນີ້ແມ່ນເກມທີ່ເດັກນ້ອຍຈະຕ້ອງຕໍ່ສູ້ກັບ “ປີສາດ” ໂດຍການຕີແລະເຕະພວກມັນ. ພວກມັນຈະປາກົດຢູ່ໃນຫລາຍໆໜ້າຈໍ ແລະເດັກນ້ອຍຈະຕ້ອງຊົກແລະເຕະພວກມັນຈົນກວ່າພວກມັນຈະຫາຍໄປ. ເຮັດໜ້າກາກ ເດັກນ້ອຍຈະຕ້ອງຊົກຫຼືເຕະປີສາດຢູ່ໜ້າຈໍ ເດັກນ້ອຍຈະຕ້ອງຮູ້ຈັກວິທີການຊົກແລະເຕະກ່ອນຫຼິ້ນເກມ. ຈະເປັນການດີກວ່າ ຖ້າຈັດຮູບແບບການຫຼີ້ນເກມດ້ວຍວິທີດັ່ງຕໍ່ໄປນີ້: • ຜູ້ຫຼິ້ນເກມຕ້ອງເຕະປີສາດສີແດງ ແລະຊົກປີສາດສີຟ້າ. ຖ້າຂະບວນທ່ານີ້ແມ່ນງ່າຍເກີນໄປ, • ເຮັດໃຫ້ພວກປີສາດຍິ້ມຫົວດ້ວຍການເຮັດໜ້າຕະຫຼົກ ຫຼືລອງເຮັດສັນຍາລັກ “ສະແດງຄວາມຮັກ” ໃສ່ປີສາດເພື່ອເປັນມິດກັບພວກມັນ: (ເບິ່ງຈາກຮູປພາບດ້ານຂວາ). ວາງ URL ຂອງວິດີໂອບ່ອນນີ້. https://www.youtube.com/watch?v=GAHkxGWGm-I&t=2s #Page 27 10) ລໍາພື້ນເມືອງຂອງໄທ (ລຳວົງ) ແນວຄວາມຄິດ: “ງາມແສງເດືອນ” ແມ່ນເປັນເພງລຳວົງພື້ນເມືອງຂອງປະເທດໄທທີ່ມີຊື່ສຽງ ຜູ້ຫຼິ້ນຕ້ອງຟ້ອນໃຫ້ເຂົ້າ ຈັງຫວະຂອງເພງ ແລະຟ້ອນອ້ອມເປັນວົງ ສາມາດຟ້ອນເປັນຄູ່ໄດ້ ແລະໃຫ້ຟ້ອນອ້ອມເປັນວົງກົມຮອບກັນແລະກັນ. ກິດຈະກຳນີ້ຈະຊ່ວຍໃຫ້ເດັກນ້ອຍຜ່ອນຄາຍແລະຮຽນຮູ້ຮ່າງກາຍຂອງຕົນເອງ. ຖ້າຂະບວນທ່ານີ້ຍາກເກີນໄປ, • ປ່ອຍໃຫ້ມືເຄື່ອນໄຫວຢ່າງອິດສະຫຼະ. • ພຽງຍ້າຍແຂນຂຶ້ນແລະລົງຂະນະຍ່າງເປັນວົງກົມ. ‘ການເຕັ້ນຊ່ວຍໄດ້ •ພັດທະນາການເດັກ, ກະຕຸ້ນສະໝອງ ແລະ ສົ່ງເສີມການທໍາງານຂອງກ້າມເນື້ອມັດນ້ອຍ •ຝຶກຊ້ອມໄປທາງຊ້າຍ ແລະ ຂວາ •ແລະເຮັດໃຫ້ເດັກນ້ອຍມີຄວາມຜ່ອນຄາຍ, ແລະມີການພົວພັນທີ່ດີກັບພໍ່ແມ່. ວາງ URL ຂອງວິດີໂອບ່ອນນີ້. https://www.youtube.com/watch?v=WtPrzQTt1KI&t=1s #Page 29 ບົດທີ 4 ຄຳຖາມທີ່ພົບເລື້ອຍໆ ບົດຮຽນທີ່ໄດ້ຮັບ ແລະ ການຮ່ວມມືໃນອະນາຄົດ ຄຳຖາມທີ່ພົບເລື້ອຍໆ ໃຜເປັນຜູ້ໄດ້ຮັບຜົນປະໂຫຍດຫຼັກຈາກປຶ້ມຄູ່ມືນີ້? ເຮົາໄດ້ເຮັດປຶ້ມຄູ່ມືນີ້ຂຶ້ນເພື່ອສົ່ງເສີມການອອກກຳລັງກາຍສຳລັບເດັກພິການທາງສະຕິປັນຍາ, ພິການທາງດ້ານຈິດໃຈ, ແລະເດັກກຸ່ມອື່ນໆທີ່ຕ້ອງການອອກກຳລັງກາຍ ແຕ່ບໍ່ສາມາດອອກກຳລັງກາຍນອກເຮືອນໄດ້ໃນຊ່ວງການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19. ປຶ້ມຄູ່ມືນີ້ຍັງສົ່ງເສີມໃຫ້ພໍ່ແມ່ຜູ້ປົກຄອງສະໜັບສະໜູນລູກຫຼານໃຫ້ອອກກຳລັງກາຍຢູ່ເຮືອນ. ຄວາມສໍາພັນລະຫວ່າງຊູມກັບປຶ້ມຄູ່ມືແມ່ນຫຍັງ? ຊູມ ແມ່ນເປັນແພັດຟອມອອນລາຍທີ່ຖືກໃຊ້ເພື່ອປູກຈິດສໍານຶກ, ໃຫ້ຄວາມຮູ້, ແລະທັກສະຈາກຜູ້ໃຫ້ຄວາມຮູ້ສູ່ຜູ້ເຂົ້າຮ່ວມໃນລະ ຫວ່າງການຝຶກອົບຮົມທີ່ຈັດໂດຍໂຄງການ. ປຶ້ມຄູ່ມື ແມ່ນເປັນເອກະສານອ້າງອີງທີ່ລວບລວມເນື້ອໃນສຳຄັນກ່ຽວກັບການສົ່ງເສີມການອອກກຳລັງກາຍ. ພວກເຮົາໄດ້ພັດ ທະນາປຶ້ມຄູ່ມືນີ້ເປັນເຫຼັ້ມແລະໄຟດີຈີຕອນ, ເຊິ່ງເປັນເອກະສານທີ່ຈະໃຫ້ຄຳແນະນຳແກ່ພໍ່ແມ່, ຜູ້ປົກຄອງກ່ຽວກັບວິທີການເຮັດກິດຈະ ກໍາທາງກາຍຢູ່ເຮືອນ. #Page 30 ພວກເຮົາຄວນຈັດກິດຈະກຳອອກກໍາລັງກາຍສຳລັບເດັກພິການຫຼາຍປານໃດ? ໂດຍທົ່ວໄປແລ້ວ ເດັກນ້ອຍຈຳເປັນຕ້ອງອອກກຳລັງກາຍ 60 ນາທີຕໍ່ມື້. ເຖິງຢ່າງໃດກໍ່ຕາມ ຄວນອອກກຳລັງກາຍຢ່າງຈິງຈັງຢ່າງນ້ອຍ 3 ຄັ້ງຕໍ່ອາທິດ, ອີກທາງເລືອກໜຶ່ງແມ່ນຢ່າງນ້ອຍ 30 ນາທີ, ຕາມ ກິດຈະກໍາການອອກກໍາລັງກາຍທີ່ແນະນຳໄວ້ທັງໝົດໃນປື້ມຄູ່ມືນີ້ແມ່ນດີທີ່ສຸດ. ພໍ່ແມ່, ຜູ້ປົກຄອງຄວນສັງເກດດ້ວຍວ່າລູກຫຼານ ຂອງຕົນເອງມີຂໍ້ຈຳກັດໃນການອອກກຳລັງກາຍເທົ່າໃດ. ຈຸດປະສົງຫຼັກຂອງການອອກກຳລັງກາຍແລະການສົ່ງເສີມສຸຂະພາບຂອງເດັກພິການໃນການຕອບໂຕ້ຕໍ່ການແຜ່ລະ ບາດຂອງພະຍາດໂຄວິດ-19 ແມ່ນຫຍັງ? ຈຸດປະສົງຫຼັກແມ່ນເພື່ອກະຕຸ້ນໃຫ້ພວກເຂົາໄດ້ເຄື່ອນໄຫວທາງຮ່າງກາຍ ແລະຊອກຫາສິ່ງທີ່ມ່ວນຊື່ນສຳລັບພວກເຂົາ, ສົ່ງເສີມສຸຂະພາບ, ແລະການມີສ່ວນຮ່ວມທາງສັງຄົມ ທັງເພື່ອເຮັດໃຫ້ພວກເຂົາມີຮອຍຍິ້ມໄດ້ທຸກເວລາໃນຊີວິດປະຈຳວັນຂອງຕົນເອງ! ບົດຮຽນທີ່ໄດ້ຮັບ 1.ຈຳເປັນຕ້ອງມີການວິເຄາະສະຖານະການທີ່ແນ່ນອນເພື່ອດຳເນີນການໄປໃນທິດທາງທີ່ຖືກຕ້ອງ, ແກ້ໄຂບັນຫາ, ຫຼືປ່ຽນແປງໄປໃນທາງບວກ. ສິ່ງນີ້ຈະນຳມາສູ່ຂໍ້ມູນກ່ຽວກັບບັນຫາທີ່ແນ່ນອນ ເພື່ອທີ່ເຮົາຈະສາມາດຮັບມືກັບບັນຫາຕ່າງໆໄດ້ຢ່າງມີປະສິດທິຜົນ. 2.ການນຳໃຊ້ແພັດຟອມກອງປະຊຸມອອນລາຍ (ເຊັ່ນ: ຊູມ) ໄດ້ກາຍເປັນວິຖີປົກກະຕິໃໝ່ຂອງການສື່ສານ ແລະ ການຖ່າຍທອດຄວາມຮູ້. ໃນຖານະ ທີ່ພວກເຮົາເປັນອົງການຈັດຕັ້ງປະຕິບັດການເພື່ອການພັດທະນາສັງຄົມ ແລະ/ຫຼືສະໜັບສະໜູນກຸ່ມຄົນທີ່ມີຄວາມສ່ຽງ, ພວກເຮົາຈຶງຈຳເປັນຕ້ອງຮຽນຮູ້ ແລະນຳໃຊ້ແພັດຟອມສະເໝືອນຈິງແບບມືອາຊີບ. #Page 31 3.ສຳລັບໂຄງການ CEP, ສພອ ມີບົດບາດໃນການອຳນວຍຄວາມສະດວກ ແລະ ປະສານງານລະຫວ່າງບັນດາຄູ່ຮ່ວມມືຕ່າງໆ (ອົງການໄຈກາ, ມະຫາວິທະຍາໄລສູກູບະ, ເຄືອຂ່າຍໂອທີສຊຶມອາຊຽນ, ເຄືອຂ່າຍຄວາມພິການທາງສະຕິປັນຍາຂອງສະຫະປະຊາຊາດໃນອະນຸພາກພື້ນແມ່ນໍ້າ ຂອງ) ສພອ ໄດ້ປະສານຈຸດແຂງແລະ ສັກກະຍະພາບລະຫວ່າງອົງການທີ່ເປັນຄູ່ຮ່ວມມືເພື່ອໃຫ້ໂຄງການປະສົບຜົນສຳເລັດ. 4.ປຶ້ມຄູ່ມືນີ້ຈະເຮັດໜ້າທີ່ເປັນແນວທາງສຳລັບພໍ່ແມ່ ແລະ ສະມາຊິກໃນຄອບຄົວທີ່ຕ້ອງເບິ່ງແຍງລູກຫຼານໃນຊ່ວງການແຜ່ລະບາດຂອງເຊື້ອ ພະຍາດໂຄວິດ-19. ແນວທາງນີ້ຍັງສົ່ງເສີມຄວາມສຳພັນພາຍໃນຄອບຄົວ ແລະຍັງເປັນການນໍາໃຊ້ ວັດສະດຸທີ່ມີໃນທ້ອງຖິ່ນອີກດ້ວຍ. 5.ໂຄງການນີ້ສາມາດເປັນແບບຢ່າງໃນການເຮັດວຽກກັບຄູ່ຮ່ວມມື ແລະ ເຄືອຂ່າຍທີ່ຫຼາກຫຼາຍໃນປະເທດຍີ່ປຸ່ນແລະ ບັນດາປະເທດອາຊຽນ. ສະແດງໃຫ້ເຫັນເຖິງແນວປະຕິບັດທີ່ດີໃນການປ່ຽນແປງໄປໃນທາງບວກ ສຳລັບຄົນພິການ ແລະ ກຸ່ມສ່ຽງອື່ນໆໃນຊ່ວງການແຜ່ລະບາດຂອງເຊື້ອ ພະຍາດໂຄວິດ-19 ໃນພາກພື້ນຂອງພວກເຮົາ. ການຮ່ວມມືໃນອະນາຄົດ 1.ຂະຫຍາຍ ແລະ ເຜີຍແຜ່ແນວຄວາມຄິດ ແລະ ປຶ້ມຄູ່ມືຂອງໂຄງການນີ້ໃນລະດັບທີ່ກວ້າງຂຶ້ນ (ພາກພື້ນອື່ນໆແລະ ປະເທດອື່ນໆໃນອາຊີ - ປາຊີຟິກ) ແລະ ແຄບລົງ (ຊຸມຊົນ) ໃນການເຮັດວຽກງານ. 2.ພວກເຮົາສາມາດຂະຫຍາຍເພີ່ມຕີ່ມກ່ຽວກັບປະເດັນບັນຫາອື່ນໆ (ເຊັ່ນ: ຄວາມປອດໄພດ້ານອາຫານອອນລາຍ, ການພັກຜ່ອນ, ແລະກິລາ/ ສຸຂະພາບຈິດ) ພ້ອມທັງ ຜູ້ທີ່ໄດ້ຮັບຜົນປະໂຫຍດເປົ້າໝາຍ ອື່ນໆ (ກຸ່ມທີ່ມີຄວາມສ່ຽງທີ່ກ່ຽວຂ້ອງ) ໂດຍການນຳໃຊ້ແນວທາງ ແລະ ກອບ ການເຮັດວຽກງານດຽວກັນສຳລັບໂຄງການນີ້. #Page 33 ບົດທີ 5 ສຽງຂອງ ຄູ່ຮ່ວມມືຈາກ ບັນດາປະເທດອາຊຽນ ນີ້ແມ່ນເລື່ອງລາວ ແລະ ຄວາມປະທັບໃຈສ່ວນໜື່ງຈາກຜູ້ທີ່ໄດ້ຮັບຜົນປະໂຫຍດໂດຍກຼິ້ງໃນບັນດາປະເທດອາຊຽນ ຂ້ອຍມີຄວາມສຸກຍາມທີ່ຂ້ອຍໄດ້ອອກກຳລັງກາຍ! (ເດັກຊາຍ ອາຍຸ 6 ປີ) ພວກເຮົາໄດ້ຮູ້ຈັກພໍ່ແມ່ຜູ້ປົກຄອງຄົນອື່ນໆທີ່ມີຄວາມກັງວົນແບບ ດຽວກັນ. ຂ້ອຍຫວັງວ່າຈະມີການຈັດຝຶກອົບຮົມແນວນີ້ອີກ, ເຖິງແມ່ນວ່າການລະບາດຂອງໂຄວິດຈະໝົດໄປແລ້ວ. (ພໍ່) ກຳປູເຈຍ ‘“ຂໍ້ຄິດລິເລີ່ມນີ້ແມ່ນເປັນຄວາມກ້າວໜ້າ. ເຊີ່ງເປັນປະໂຫຍດສຳລັບຜູ້ ປົກຄອງຂອງເດັກທີ່ເປັນแໃນອິນໂດເນເຊຍ ຮວມທັງທົ່ວອາຊຽນ. ໃນໄລຍະການແຜ່ລະບາດຂອງໂຄວິດ-19, ການເຮັດກິດຈະກຳທາງກາຍກໍ່ແມ່ນສິ່ງຈຳເປັນຕໍ່ການພັດທະນາທີ່ເຫມາະສົມຂອງພວກເຂົາເຈົ້າ. ການຝຶກອົບຮົມທັງສາມຄັ້ງແມ່ນດີເລີດ!” ສະມາຊິກຄອບຄົວຂອງເດັກທີ່ເປັນ ໂອທິສຕິກໃນ ອິນໂດເນເຊຍ ຂະບວນທ່າອອກກຳລັງກາຍຖືກອອກແບບມາຢ່າງດີ ແລະ ງ່າຍຕໍ່ການເຮັດຕາມ. ຂ້ອຍອອກກໍາລັງກາຍໄປພ້ອມກັບລູກຊາຍທີ່ ເປັນໂອທີສຕິກ. ຂ້ອຍມັກການຍືດເສັ້ນ, ໂຍຄະ ແລະ ຈັກກິ້ງ. ຂ້ອຍມີຄວາມຄິດວ່າຈະສົ່ງຕໍ່ປຶ້ມຄູ່ມືນີ້ໄປຍັງອົງກອນກ່ຽວກັບຜູ້ເປັນໂອທິສຕິກ ແລະ ພໍ່ແມ່ຜູ້ປົກຄອງຂອງເດັກໂອທິສຕິກຄົນອື່ນๆດ້ວຍ. (ພໍ່, ປະທານສະມາຄົມເພື່ອຄົນໂອທິສຕິກ) ສປປ ລາວ ຂ້ອຍມັກກິດຈະກຳຂອງການຝຶກອົບຮົມທັງສາມຄັ້ງ ສິ່ງທີ່ສຳຄັນທີ່ສຸດແມ່ນ “ການທີ່ເຮົາໄດ້ແບ່ງປັນ ຮ່ວມກັນລະຫວ່າງບັນດາປະເທດອາຊຽນ” ລູກສາວຂ້ອຍມັກຫຼິ້ນໂຍຄະ ຂ້ອຍຈະສອນທ່າໂຍຄະງ່າຍໆໃຫ້ລາວ, ລາວຈະໄດ້ຍືດເສັ້ນຍືດສາຍໄດ້ງ່າຍ ແລະ ລາວກໍ່ມ່ວນກັບການຫຼິ້ນເກມທີ່ໃຊ້ຖົງປລາສຕິກ ຍ້ອນວ່າມັນງ່າຍສຳລັບລາວ (ແມ່) ມາເລເຊຍ #Page 34 ຂ້ອຍຮູ້ສຶກດີໃຈຫຼາຍທີ່ໄດ້ຮັບການເຊື້ອເຊີນຈາກ ສພອ ເປັນຄັ້ງທຳອິດ ເພາະວ່າພວກເຮົາມີຄວາມຫຍຸ້ງຍາກໃນການຢູ່ເຮືອນ ແລະ ຮັກສາໄລຍະຫ່າງທາງສັງຄົມ. ນີ້ແມ່ນການລວມຕົວຂອງຂອງສະມາຊິກໃນຄອບຄົວຂອງພວກເຮົາຈາກການຝຶກອົບຮົມຂອງປະເທດທີສາມຄັ້ງກ່ອນ ສຳລັບການອອກກຳລັງກາຍ ຂ້ອຍມັກຫຼິ້ນໂຍຄະ. ມັນເຮັດໃຫ້ເຮົາສາມາດຜ່ອນຄາຍແລະປ່ອຍຄວາມຄຽດອອກມາ. ຂ້ອຍຢາກແບ່ງປັນປະສົບການ ແລະຄວາມຮູ້ຂອງຂ້ອຍກ່ຽວກັບໂຍຄະໃຫ້ກັບທຸກໆສະມາຄົມທີ່ຈັດຕັ້ງຂຶ້ນເພື່ອຄົນພິການ. (ສະມາຊິກອາສາສະໝັກ) ມຽນມາ ໃນຖານະແມ່, ຖ້າລູກຊາຍຂອງຂ້ອຍມີຄວາມສຸກ ຂ້ອຍກໍ່ມີຄວາມສຸກນຳ. ຂ້ອຍໄດ້ເຫັນລູກຊາຍຂອງຂ້ອຍມີແຮງຈູງໃຈທີ່ຈະອອກກຳລັງກາຍ ແລະ ລາວກໍ່ຍິ້ມຕະຫຼອດເວລາ, ເຊິ່ງມັນກໍ່ດີພໍສຳລັບຂ້ອຍ (ແມ່) ຂ້ອຍໄດ້ຮຽນຮູ້ວ່າພວກເຮົາສາມາດອອກກຳລັງກາຍໂດຍໃຊ້ພຽງສິ່ງຂອງທີ່ມີຢູ່ເຮືອນ. ຂ້ອຍຄິດທີ່ຈະແບ່ງປັນການອອກກຳລັງກາຍແນວນີ້ກັບຄົນອື່ນຄືຂ້ອຍ (ແມ່) ຟິລິບປິນ “ຄົນພິການທາງດ້ານຈິດໃຈ ແລະຄອບຄົວຂອງພວກເຂົາສາມາດອອກກຳລັງກາຍຢູ່ເຮືອນນຳກັນໄດ້ໂດຍຜ່ານແພັດຟອມສະເໝືອນຈິງ. ອຸປະກອນການ ຝຶກອົບຮົມແມ່ນບໍ່ຍາກທີ່ຈະຊອກຫາ. ແຕ່ລະຄົນສາມາດປັບໃຊ້ມັນສຳລັບການອອກກຳລັງກາຍໃນແບບຂອງຕົນເອງໄດ້, ຂ້ອຍຈຶງໄດ້ເຫັນຮອຍຍິ້ມ ເທິງໃບໜ້າຂອງພວກເຂົາ. ພວກເຂົາເບິ່ງມີຄວາມສຸກ, ສະດວກສະບາຍ, ແລະບໍ່ມີຄວາມຍ້ານກົວຕໍ່ໂຄວິດ-19. ໂຄງການນີ້ແມ່ນໜ້າສົນໃຈ.” “ປະທານ ສະມາຄົມຜູ້ປ່ວຍທາງຈິດແຫ່ງປະເທດໄທ ໄທ ລູກສາວຂອງຂ້ອຍ ແລະ ຂ້ອຍມັກຫຼິ້ນເກມເອົາຊະນະກັບປີສາດ, ບານຈັກກຼິ້ງ, ເກມດຸ່ນດ່ຽງ ແລະ ເກມກ້າວຂາໄປດ້ານຂ້າງ. ລາວມມີຄວາມສຸກທີ່ໄດ້ຫຼິ້ນ ຂ້ອຍກໍ່ເລີຍຮູ້ສຶກດີໃຈຫຼາຍ (ແມ່) ຂ້ອຍມັກຫຼິ້ນເກມຕໍ່ສູ້ກັບປີສາດ ແລະ ບານເຈ້ຍຈັກກຼິ້ງ. ຂ້ອຍຫຼິ້ນກັບແມ່ ແລະ ພໍ່ຂ້ອຍ. ມັນໜ້າສົນໃຈຫຼາຍ (ຜູ້ເປັນໂອທິສຕິກ ອາຍຸ 32 ປີ) ທ່າອອກກຳລັງກາຍງ່າຍຫຼາຍ. ພວກເຮົາວາງແຜນວ່າຈະອອກກຳລັງກາຍແນວນີ້ຢ່າງນ້ອຍໜຶ່ງເທືອຕໍ່ອາທິດ. (ຄູສອນເດັກໂອທິສຕິກ) ການຝຶກອົບຮົມມ່ວນຫຼາຍ. ຂ້ອຍຈະຈື່ໄວ້ສອນລູກໆຂອງຂ້ອຍ. (ແມ່) ຫວຽດນາມ #Page 35 ເອກະສານຊ້ອນທ້າຍ 1: ຕົວຢ່າງ: ວິທີການຈັດກິດຈະກຳໃນການອົບຮົມຄ້າຍຄືກັບການປະຕິບັດຕົວຈິງ ເມື່ອໄລຍະເວລາໃນການເຮັດກິດຈະກຳ ແມ່ນ 60 ນາທີ ນີ້ແມ່ນການດຳເນີນການ 1. ເຕົ້າໂຮມ 2. ການທັກທາຍ ແຈ້ງຕາຕະລາງກິດຈະກຳ 5 ນາທີ 3. ອົບອຸ່ນຮ່າງກາຍ (warm-up) 10 ນາທີ 4. ກິດຈະກຳທີ່ 1 15 ນາທີ <ພັກຜ່ອນ> 5 ນາທີ 5. ກິດຈະກຳທີ່ 2 15 ນາທີ 6. ຄູລດາວ (cool-down) 5 ນາທີ 7. ສະທ້ອນຄຳຄິດເຫັນ 5 ນາທີ 8.ອໍາລາ ເຕົ້າໂຮມ •ໃຫ້ແນ່ໃຈວ່າຜູ້ເຂົ້າຮ່ວມໄດ້ຮັບການແຈ້ງໃຫ້ເຂົ້າຮ່ວມໃນແພັດຟອມອອນລາຍກ່ອນການເລີ່ມຕົ້ນຂອງກິດຈະກຳແລ້ວ. • ຜູ້ເຂົ້າຮ່ວມເຂົ້າສູ່ແພັດຟອມອອນລາຍ. • ຜູ້ຈັດກິດຈະກຳສະແດງຕາຕະລາງກິດຈະກຳເທີງໜ້າຈໍ. #Page 36 ທັກທາຍ, ແຈ້ງຕາຕະລາງກິດຈະກຳ • ເປັນການເລີ່ມຕົ້ນດ້ວຍບັນຍາກາດທີ່ດີ, ຖ້າວ່າກອງປະຊຸມເລີ່ມຕົ້ນດ້ວຍການທັກທາຍ •ຜູ້ເຂົ້າຮ່ວມຈະຮູ້ສຶກຫມັ້ນໃຈ, ມີຄວາມພ້ອມ, ແລະປັບຕົວເຂົ້າກັບກິດຈະກຳຕ່າງໆເມື່ອຕາຕະລາງກິດຈະກຳໄດ້ຖືກແຈກຈ່າຍໃຫ້ກັບ ທຸກຄົນຕັ້ງແຕ່ເລີ່ມຕົ້ນແລ້ວ. ອົບອຸ່ນຮ່າງກາຍ • ກິດຈະກຳອົບອຸ່ນຮ່າງກາຍແມ່ນການຫຼີກເວັ້ນການທຳໃຫ້ເກີດການບາດເຈັບ • ແນະນຳໃຫ້ບໍລິຫານຮ່າງກາຍສ່ວນດຽວກັນກັບທີ່ຈະໃຊ້ໃນການເຮັດກິດຈະກຳຫຼັກ ກະລຸນາເບິ່ງຕົວຢ່າງຈາກປຶ້ມຄູ່ມື. ກິດຈະກຳ • ກຳນົດຈຳນວນກິດຈະກຳຂັ້ນຕົ້ນ ໂດຍອີງໃສ່ຈຳນວນເວລາທີ່ທ່ານມີ ແລະ ຈຳນວນຜູ້ທີ່ຈະເຂົ້າຮ່ວມ ຖືເປັນສິ່ງຈຳເປັນທີ່ທ່ານຄວນ ຝຶກຊ້ອມກ່ອນລ່ວງໜ້າ ເພື່ອໃຫ້ທ່ານສາມາດຈັດສັນເວລາທີ່ຈຳເປັນສຳລັບແຕ່ລະໜ້າວຽກ. • ຄວນອີງຕາມອຸປະສັກ ແລະ ຂໍ້ຈຳກັດຂອງລູກທ່ານ ກິດຈະກຳທີ່ສຳຄັນຄວນສອດຄ່ອງກັບປື້ມຄູ່ມືນີ້. • ຖ້າເດັກຕ້ອງການພັກຜ່ອນ ຄວນໃຫ້ເດັກພັກຜ່ອນ. #Page 37 ຄູລດາວ •ສາມາດຊ່ວຍໃຫ້ເດັກນ້ອຍຜ່ອນຄາຍ ແລະຫລີກລ່ຽງການປວດກ້າມເນື້ອ. • ຫາກເລືອກກິດຈະກຳຄູລດາວທີ່ເນັ້ນສ່ວນຂອງຮ່າງກາຍທີ່ຖືກໃຊ້ງານເລື້ອຍໆ. ຕອນທຳກິດຈະກຳທີ່ຜ່ານມາຖືເປັນສິ່ງທີ່ດີ ສາມາດເບິ່ງຕົວ ຢ່າງໄດ້ຈາກປຶ້ມຄູ່ມື. ສະທ້ອນຄຳຄິດເຫັນ •ຖາມຜູ້ເຂົ້າຮ່ວມວ່າກິດຈະກຳໃດທີ່ພວກເຂົາເຈົ້າມັກຫຼາຍທີ່ສຸດ ແລ້ວກິດຈະກຳໃດພວກເຂົາເຈົ້າເຫັນວ່າຫຍຸ້ງຍາກ ຄຳຕິຊົມ ແມ່ນສິ່ງສຳຄັນໃນການປັບປຸງໂຄງການ. •ຖ້າທ່ານສາມາດປັບປຸງໂຄງການຄັ້ງຕໍ່ໄປ ຜູ້ເຂົ້າຮ່ວມຈະໄດ້ຮັບການສະນັບສະນູນໃນດ້ານຕ່າງๆຫຼາຍຂຶ້ນ. ການອຳລາ •ຖືເປັນຄວາມຄິດທີ່ດີທີ່ຈະມີການອຳລາໃນຕອນທ້າຍ ອາດຈະດ້ວຍການຮ້ອງເພງທີ່ພວກເຂົາເຈົ້າມັກ ແລະ/ຫຼືຖ່າຍຮູປຮ່ວມກັນບົນໜ້າຈໍ ຜູ້ເຂົ້າຮ່ວມຈະໄດ້ຮູ້ວ່າກິດຈະກຳທັງໝົດໄດ້ຈົບລົງແລ້ວ. #Page 38 ເອກະສານຊ້ອນທ້າຍ 2 ເອກະສານແນວຄວາມຄິດກ່ຽວກັບໂຄງການ “ການສ້າງຄວາມເຂັ້ມແຂງໃຫ້ກຸ່ມຜູ້ປົກຄອງຂອງເດັກທີ່ມີຄວາມຕ້ອງການພິເສດເພື່ອຮັບມືໃນໄລຍະ COVID -19” ພາຍໃຕ້ໂຄງການສ້າງຄວາມເຂັ້ມແຂງໃຫ້ຊຸມຊົນໄຈກາ ວັນທີ 21 ມັງກອນ 2021 ການໃຫ້ເຫດຜົນ ສົນທິສັນຍາຂອງອົງການສະຫະປະຊາຊາດວ່າດ້ວຍສິດທິຂອງຄົນພິການ (CRPD), ມາດຕາ 30 ກ່າວວ່າ ຄົນພິການມີສິດເຂົ້າຮ່ວມຢ່າງສະເໝີພາບກັບບຸກຄົນອື່ນໃນການເຮັດກິດຈະກຳ, ການພັກຜ່ອນ ແລະກິລາ, ແລະ 3 ເປົ້າໝາຍຂອງການພັດທະນາທີ່ຍືນຍົງເພື່ອສົ່ງເສີມສຸຂະພາບທີ່ດີ ແລະສະຫວັດດີພາບສຳລັບຜູ້ຄົນທຸກໄວ. ໜຶ່ງໃນກຸ່ມທີ່ມີຄວາມສ່ຽງທີ່ໄດ້ຮັບຜົນກະທົບຈາກການລະບາດຂອງໂຄວິດ-19 ແມ່ນເດັກນ້ອຍທີ່ມີຄວາມ ຕ້ອງການພິເສດ (ລວມທັງບຸກຄົນທີ່ເປັນໂອທິສຕິກ, ພິການທາງສະຕິປັນຍາ,ພິການດ້ານການຮຽນ ແລະຄວາມພິການທາງດ້ານຈິດໃຈ). ໃນໄລຍະທີ່ທຸກຄົນຕ້ອງກັກກັນຕົວເອງ, ນະໂຍບາຍເວັ້ນໄລຍະຫ່າງທາງສັງຄົມ, ພວກເຂົາຢູ່ໃນເຮືອນຂອງພວກເຂົາເອງໂດຍບໍ່ມີກິດຈະກຳທາງກາຍ ແລະການ ສື່ສານທາງສັງຄົມຢ່າງໃດເລີຍ. ເພື່ອຊຸກຍູ້ແລະສົ່ງເສີມສຸຂະພາບແລະສະຫວັດດີການຂອງເດັກນ້ອຍທີ່ມີຄວາມຕ້ອງການພິເສດ, ສພອ. ຈຶງຢາກຮ່ວມມືກັບຊັບພະຍາກອນບຸກຄະລາກອນຍີ່ປຸ່ນໃນດ້ານການພັກຜ່ອນ, ນັນທະນາການ ແລະການຫຼີ້ນກິລາ ໂດຍການພັດທະນາປຶ້ມຄູ່ມື / ເອກະສານອື່ນໆ ສຳລັບພໍ່ແມ່ຜູ້ປົກຄອງຂອງເດັກນ້ອຍທີ່ມີຄວາມຕ້ອງການພິເສດ ແລະສະແດງວິທີນຳໃຊ້ກັບບັນດາປະເທດອາຊຽນ, ໂດຍສະເພາະບັນດາປະເທດອະນຸພາກພື້ນແມ່ນໍ້າຂອງ. ຊື່ໂຄງການ “ການສ້າງຄວາມເຂັ້ມແຂງໃຫ້ກັບກຸ່ມຜູ້ປົກຄອງຂອງເດັກທີ່ມີຄວາມຕ້ອງການພິເສດເພື່ອຮັບມືໃນຊ່ວງ ການລະບາດຂອງໂຄວິດ-19”” #Page 39 ຜູ້ດຳເນີນການ ສູນພັດທະນາແລະຝຶກອົບຮົມຄົນພິການແຫ່ງອາຊີປາຊິຟິກ (ສພອ.) ຈຸດປະສົງ 1.ເພື່ອສົ່ງເສີມການມີສ່ວນຮ່ວມທາງສັງຄົມໃນການເຄື່ອນໄຫວທາງກາຍ ແລະການສົ່ງເສີມສູຂະພາບຂອງຜູ້ທີ່ມີຄວາມຕ້ອງການພິເສດໃນໄລຍະ ການແຜ່ລະບາດຂອງໂຄວິດ-19; 2.ເພື່ອແລກປ່ຽນແລະແບ່ງປັນການປະຕິບັດທີ່ດີຂອງຄູ່ຮ່ວມມືຈາກຍີ່ປຸ່ນ, ໄທ, ບັນດາປະເທດໃນອະນຸພາກພື້ນແມ່ນ້ຳຂອງແລະບັນດາປະເທດສະ ມາຊິກອາຊຽນອື່ນໆ ໃນການສົ່ງເສີມການເຄື່ອນໄຫວທາງກາຍໃນຊ່ວງໂຄວິດ -19; 3.ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການຮ່ວມມືແລະເຄືອຂ່າຍລະຫວ່າງບັນດາພາກສ່ວນທີ່ກ່ຽວຂ້ອງໃນການໃຫ້ຄວາມຮ່ວມມືແລະດຳເນີນການ ກ່ຽວກັບການພັດທະນາເດັກນ້ອຍທີ່ມີຄວາມຕ້ອງການພິເສດຜ່ານນະວັດຕະກຳອອນລາຍໃນໂຄງການສ້າງຄວາມເຂັ້ມແຂງໃນໄລຍະການແຜ່ ລະບາດຂອງໂຄວິດ 19; 4.ເພື່ອຜະລິດສິ່ງພິມແລະການສາທິດກ່ຽວກັບວິທີການປັບໃຊ້ການເຄື່ອນໄຫວທາງກາຍກັບນະວັດຕະກຳ ເພື່ອພັດທະນາຄຸນນະພາບຊີວິດຂອງຜູ້ ທີ່ມີຄວາມຕ້ອງການພິເສດໃນຊ່ວງການແຜ່ລະບາດຂອງໂຄ -19. ຄາດໝາຍຜົນໄດ້ຮັບ 1.ການມີສ່ວນຮ່ວມທາງສັງຄົມໃນການເຄື່ອນໄຫວທາງກາຍແລະການສົ່ງເສີມສຸຂະພາບຂອງຜູ້ທີ່ມີຄວາມຕ້ອງການພິເສດທີ່ໄດ້ຮັບການສົ່ງເສີມ ໃນໄລຍະການແຜ່ລະບາດຂອງໂຄວິດ -19; 2.ການຝຶກທີ່ດີຂອງຄູ່ຮ່ວມມືຈາກປະເທດຍີ່ປຸ່ນເຖິງບັນດາປະເທດສະມາຊິກອາຊຽນ, ໂດຍສະເພາະ; ບັນດາປະເທດອະນຸພາກພື້ນແມ່ນ້ຳຂອງໃນ ການສົ່ງເສີມການເຄື່ອນໄຫວທາງກາຍ, ທີ່ໄດ້ຮັບການແລກປ່ຽນແລະແບ່ງປັນໃນໄລຍະການແຜ່ລະບາດຂອງໂຄວິດ -19; 3.ການຮ່ວມມືແລະເຄືອຂ່າຍລະຫວ່າງບັນດາພາກສ່ວນທີ່ກ່ຽວຂ້ອງໃຫ້ຄວາມຮ່ວມມືແລະດຳເນີນການກ່ຽວກັບການພັດທະນາເດັກນ້ອຍທີ່ມີ ຄວາມຕ້ອງການພິເສດຜ່ານນະວັດຕະກຳອອນລາຍໃນໂຄງການສ້າງຄວາມເຂັ້ມແຂງໃນໄລຍະການແຜ່ລະບາດຂອງໂຄວິດ; 4.ການເຜີຍແຜ່ແລະການສາທິດກ່ຽວກັບການປັບໃຊ້ການເຄື່ອນໄຫວທາງກາຍກັບນະວັດຕະກຳເພື່ອພັດທະນາຄຸນນະພາບຊີວິດຂອງຜູ້ທີ່ມີຄວາມ ຕ້ອງການພິເສດທີ່ໄດ້ຮັບການແປແລະຜະລິດໃນຊ່ວງການແຜ່ລະບາດຂອງໂຄ -19. #Page 40 ເປົ້າຫມາຍ ຜູ້ຄົນຫລາຍກວ່າ 2,000 ຄົນ ລວມເຖິງຜູ້ທີ່ມີຄວາມຕ້ອງການພິເສດ, ພໍ່ແມ່ຜູ້ປົກຄອງ/ສະມາຊິກໃນຄອບຄົວ ແລະຜູ້ສະໜັບສະໜູນຈະເປັນຜູ້ໄດ້ຮັບຜົນປະໂຫຍດໂດຍຜ່ານການຝຶກອົບຮົມສາທິດອອນລາຍ ແລະການເຜີຍແຜ່ສິ່ງພິມຕ່າງໆ. ພາກສ່ວນກ່ຽວຂ້ອງຂອງໂຄງການແມ່ນ: ປະເທດຍີ່ປຸ່ນ -ສະມາຄົມໂອທິສຕິກແຫ່ງປະເທດຍີ່ປຸ່ນ (ASJ); -ມະຫາວິດທະຍາໄລສູກູບະ; -ອົງການອື່ນໆຂອງຍີ່ປຸ່ນທີ່ເຮັດວຽກກັບກິດຈະກຳທາງກາຍໃຫ້ເໝາະສົມສຳລັບຜູ້ທີ່ເປັນໂອທິສຕິກແລະພິການທ່ງສະຕິປັນຍາ ບັນດາປະເທດສະມາຊິກອາຊຽນ -ເຄືອຂ່າຍໂອທິສຕິກອາຊຽນ (AAN) ສະມາດເຕີບຣູໄນ (SMARTER Brunei) ເຄືອຂ່າຍໂອທິສຕິກກຳປູເຈຍ (CAN), ກຳປູເຈຍ ໂອທິສຕິກຍາຍາຊານອິນໂດເນເຊຍ (YAI), ປະເທດອິນໂດເນເຊຍ ສະມາຄົມເພື່ອຄົນໂອທິສຕິກ ສປປ ລາວ. (AfA) ປະເທດລາວ ສະມາຄົມໂອທິສຕິກແຫ່ງຊາດມາເລເຊຍ (NASOM), ປະເທດມາເລເຊຍ ສະມາຄົມໂອທິສຕິກມຽນມາ (MAA), ປະເທດມຽນມາ ສະມາຄົມໂອທິສຕິກຟິລິປປິນ (ASP), ປະເທດຟິລຟປປິນ ເຄືອຂ່າຍໂອທິສຕິກສັງກະໂປ (ANS), ປະເທດສິງກະໂປ ສະມາຄົມຜູ້ປົກຄອງຂອງຜູ້ທີ່ເປັນໂອທິສຕິກໄທ (AU Thai) ເຄືອຂ່າຍໂອທິສຕິກຫວຽດນາມ (VAN), ປະເທດຫວຽດນາມ #Page 41 ບັນດາປະເທດພາກພື້ນແມ່ນ້ຳຂອງ -ສະຫະພາບຄວາມພິການທາງສະຕິປັນຍາ (Intellectual Disability) – ເຄືອຂ່າຍໃນເຂດອະນຸພາກພື້ນແມ້ນ້ຳຂອງ ເຄືອຂ່າຍກຸ່ມຜູ້ສະໜັບສະໜຸນຂອງຜູ້ພິການທາງສະຕິປັນຍາຈາກ ກຳປູເຈຍ (Rose Group); ລາວ (Talent Group); ມຽນມາ (Future Star Group & Morning Star Group) ຫວຽດນາມ (My future Group) - ອື່ນ ສະມາຄົມພໍ່ແມ່ຂອງຄົນພິການທາງປັນຍາແຫ່ງປະເທດໄທ (APID) ສະມາຄົມເພື່ອຄົນເຈັບປ່ວຍທາງຈິດຂອງປະເທດໄທແລະອົງການຈັດຕັ້ງອື່ນໆ ເຮັດວຽກ ວຽກຮ່ວມກັບ ເພື່ອຄວາມພິການທາງດ້ານຈິດ ໃຈສັງຄົມໃນບັນດາປະເທດອາຊຽນ ວິທີການ 1. ການແປແບບສອບຖາມເປັນພາສາທາງການຂອງປະເທດອາຊຽນ 2.ການດໍາເນີນການສອບຖາມອອນລາຍ 3.ການແປເອກະສານຄູ່ມືກິດຈະກໍາການເຄື່ອນທີ່ທາງດ້ານຮ່າງກາຍສໍາລັບເດັກທີ່ມີຄວາມຕ້ອງການພິເສດ. (ສະບັບພາສາຍີ່ປຸ່ນແປເປັນພາສາອັງກິດ) 4.ດໍາເນີນການສໍາພາດທາງອອນລາຍ (ຖ້າຈໍາເປັນ) 5.ແລກປ່ຽນກໍລະນີສຶກສາແລະການປະຕິບັດທີ່ດີ 6.ການດໍາເນີນກອງປະຊຸມອອນລາຍ 7.ການວິເຄາະ ຂໍ້ມູນ ແລະ ຂໍ້ມູນຂ່າວສານ 8.ການແປປຶ້ມຄູ່ມືສຸດທ້າຍເປັນພາສາປະຈໍາຊາດຂອງບັນດາປະເທດອາຊຽນ. 9.ການກະກຽມບົດລາຍງານກິດຈະກໍາ 10.ການແຈກຢາຍປື້ມຄູ່ມືໄປຍັງປະເທດອາຊຽນ #Back cover ຜູ້ຈັດງານ ອົງການຮ່ວມມືສາກົນຍີ່ປຸ່ນ (JICA) ມະຫາວິດທະຍາໄລສູກູບະ ສູນພັດທະນາ ແລະ ຝຶກອົບຮົມຄົນພິການແຫ່ງອາຊີແປຊິຟິກ (ສພອ) ຮ່ວມມືກັບ ສະມາຊິກຂອງເຄືອຂ່າຍໂອທິສຊຶມມອາຊຽນ (AAN) ເຄືອຂ່າຍຄວາມພິການທາງສະຕິປັນຍາຂອງສະຫະປະຊາຊາດໃນອະນຸພາກພື້ນແມ່ນໍ້າຂອງ (United ID Mekong Network) ສະມາຄົມການເຈັບປ່ວຍທາງຈິດແຫ່ງປະເທດໄທ (AMIT) ສະມາຄົມເພື່ອຄົນພິການທາງສະຕິປັນຍາແຫ່ງປະເທດໄທ (APID) ສະມາຄົມສະຫະໂອທິສຕິກແຫ່ງປະເທດໄທ (AU) ສະມາຄົມເພື່ອຄົນໂອທິສຕິກຍີ່ປຸ່ນ (ASJ)